ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານຈັດຕັ້ງຮັບປະກັນເຂົ້າກິນ ປີ 2023


     ວັນທີ 14 ພະຈິກ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນ ວຽກງານຈັດຕັ້ງຮັບປະກັນເຂົ້າ
ກິນ ປີ 2023 ແລະ ແຜນຮັບປະກັນເຂົ້າກີນ ປີ 2024, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການ
ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ຄະ
ນະພັກ-ຄະນະບັນຊາ ກົມກອງ ພະນັກງານວິຊາສະເພາະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ຄໍາແຫວນ ມະຫາໄຊ ຫົວໜ້າພະແນກອຸປະໂພກ ຫ້ອງການບໍລິຫານກົມໃຫຍ່ເສນາທິການ ໄດ້ຜ່ານບົດສະຫຼຸບ
ລາຍງານວຽກງານຈັດຕັ້ງຮັບປະກັນເຂົ້າກິນ ປີ 2023 ແລະ ແຜນຮັບປະກັນເຂົ້າກີນ ປີ 2024, ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກ
ອົງການຈັດຕັ້ງຂັ້ນເທິງການຕອບສະໜອງດ້ານງົບປະມານຄ່າເຂົ້າປະຈໍາປີ ແລະ ໃນການຊໍາລະຂາດຕົວ, ສອດຄ່ອງກັບຈໍານວນພົນຕົວ
ຈິງຕາມການຢັ້ງຢືນຂອງກົມການເງິນ, ກົມອຸປະໂພກ ແລະ ພາກສ່ວນກົມກອງທີ່ກ່ຽວຂ້ອງ, ດ້ານວຽກງານການຮັບປະກັນເຄື່ອງວັດຖຸ
ອຸປະໂພກ-ບໍລິໂພກ ແລະ ແຜນຮັບປະກັນເຂົ້າກິນ ແມ່ນໄດ້ຈັດຕັ້ງຮັບ ເບີກຈ່າຍຖືກຕ້ອງຕາມຫຼັກການປະກອບລະບອບອັດຕາທີ່ຂັ້ນ
ເທິງວາງອອກ, ມີຄະນະກໍາມະການຈັດຊື້ເຂົ້າ ຂອງກົມໃຫຍ່ເສນາທິການ ໄດ້ລົງຕິດຕາມກວດກາຊຸກຍູ້ບັນດາ ໂຮງສີເຂົ້າ ແລະ ບັນດາ
ກົມກອງທີ່ຂິຶ້ນກັບຢ່າງເປັນປົກກະຕິ, ພະນັກງານ-ນັກຮົບ ຄອບຄົວຈໍານວນໜຶ່ງໄດ້ເບິກຈ່າຍເງິນຄ່າເຂົ້າໄປພ້ອມກັບເງິນເດືອນ ຂອງແຕ່
ລະເດືອນ ມີຄວາມສະດວກ ແລະ ໄດ້ຮັບເປັນປົກກະຕິ ພ້ອມນັ້ນຍັງໄດ້ຮັບການຮ່ວມມືຈາກບັນດາໂຮງສີເຂົ້າ ຄູ່ສັນຍາແມ່ນໄດ້ດີສົມ
ຄວນ, ສາມາດຕອບສະໜອງເຂົ້າກິນໃຫ້ບັນດາກົມກອງ ຕາມຄວາມຮຽກຮ້ອງຕ້ອງການ ແລະ ທ່ວງທັນກັບເວລາ ເຊິ່ງປັດຈຸບັນ ມີ 2
ໂຮງສີປະຕິບັດໄດ້ຄົບຕາມສັນຍາສໍາເລັດໄປດ້ວຍດີ.

     ໂອກາດນີ້ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ມີຄໍາເຫັນໂອລົມຕໍ່ກອງປະຊຸມ ພ້ອມທັງຮຽກຮ້ອງໃຫ້ບັນດາພະນັກງານວິຊາ
ສະເພາະ ແລະ ໂຮງສີເຂົ້າຜູ້ປະກອບການຄູ່ສັນຍາ ທີ່ຕອບສະໜອງເຂົ້າໃຫ້ບັນດາກົມກອງ ຈົ່ງປະຕິບັດຕາມສັນຍາທີ່ວາງອອກຢ່າງເຂັ້ມ
ງວດຮັບປະກັນການສົ່ງເຂົ້າໃຫ້ໄດ້ຕາມຈໍານວນ ແລະ ມີຄຸນນະພາບເຮັດໃຫ້ບັນດາກົມກອງໄດ້ຮັບອັດຕາຕາມທີ່ຂັ້ນເທິງມອບໃຫ້ ບັນ
ດາກົມກອງກໍ່ຕ້ອງເພີ່ມທະວີຄວາມເອົາໃຈໃສ່ກວດກາຄືນກ່ຽວກັບເຄື່ອງອຸປະໂພກ-ບໍລິໂພກ ເພື່ອນໍາໄປຕອບສະໜອງໃຫ້ອ້າຍນ້ອງໃນ
ກົມກອງໄດ້ຮັບຕົວຈິງ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 17/11/2023